level 12
ພາບຂອງ ທ່ານ ພັນໂທ ລຸນມາລາ ອຸດທະວົງ ເຊິ່ງເປັນ 1 ໃນ 4ຄົນ ຈຸບິນ ກອງທັບອາກາດລາວ ເຮລີຄອບເຕີ້ Mi 17 ໝາຍເລກ 34062 ທີ່ຂາດການຕິດຕໍ່ໃນ ວັນທີ່ 27/07/2015 ບິນຈາກ ນວຈ ຫາ ແຂວງຫົວພັນ ຂໍເປັນກຳລັງໃຈໃຫ້ທີມງານຄົ້ນຫາແລະຊ່ວຍຜູ້ໂດຍສານທັງໝົດໃນທ້ຽວບິນນີ້ຈົງມີປະຕິຫານໃຫ້ທຸກຄົນປອດໄພດ້ວຍເຖີ້ນ ສາທຸ ສາທຸ ສາທຸ
2015年07月29日 06点07分
1
level 12
ເຖິງ: ຍາດພີ່ນ້ອງ, ການຈັດຕັ້ງ, ໝູ່ເພື່ອນ ແລະ ເພື່ອນທາງ face book ທີ່ນັບຖື ຮັກແພງ.
ຮູ້ດີສ່າພວກທ່ານກໍາລັງຕິດຕາມເລື່ອງ ເຮລີຄອບເຕີ ((Mi-17) ຂາດການຕິດຕໍ່ວັນທີ 27/7/2015 ດ້ວຍຄວາມຫ່ວງໄຍ.
ຂ້າພະເຈົ້າ ສົມຈັນ ຖານະວົງ (ຜູ້ເປັນພັນ ລະຍາ) ພັນໂທ ລຸນມາລາ ອຸດທາວົງ ໂດຍໄດ້ຮັບແຈ້ງຈາກທາງການກ່ຽວ ຂ້ອງ ຂ້າພະເຈົ້າ ຂໍແຈ້ງຂ່າວດ້ວຍຄວາມ
ເສົ້າໂສກວ່າ ພັນໂທ ລຸນມາລາ ຊຶ່ງເປັນໜຶ່ງໃນຈຸບິນ 4 ຄົນ ໄດ້ເສຍ ຊີວິດໜົດແລ້ວ. ປະຈຸບັນໜ່ວຍງານສະເພາະ ກິດເກັບກູ້ກໍາລັງປະຕິບັດໜ້າທີ່ ເກັບກູ້ສົບອອກມາຈາກບ່ອນເກີດເຫດ. ບໍ່ທັນຮູ້ແນ່ນອນນອນ ຈະນໍາຮ່າວຜູ້ເສຍຊີວິດມາເຖິງກົມກອງ ທີ່ເດີ່ນບິນວັດໄຕ ນ.ຫຼ ວຽງຈັນ ເມື່ອໃດ.
ຂໍສະແດງຄວາມຮູ້ບຸນຄຸນນໍາທຸກທ່ານທີ່ໄດ້ສົ່ງຂໍ້ຄວາມ ແລະ ໂທລະສັບມາຖາມຂ່າວຄາວ ແລະ ສະແດງຄວາມຫ່ວງໄຍ.
2015年07月31日 03点07分
15
level 12
ພາລະກິດໃນການເກັບກູ້ຜູ້ເສຍຊີວິດ ແລະ ຊາກເຄື່ອງບີນ
ໃນອຸປະຕິເຫດເຄືອງບີນກອງທັບຕົກ ແມ່ນໄດ້ສຳເລັດແລ້ວ
------------------------------------------------------------------------
ເຈົ້າໜ້າທີ່ສະເພາະກິດ ຜູ້ເຮັດໜ້າທີ່ໃນການຄົ້ນຫາຊາກເຄື່ອງບີນ
ແລະຜູ້ເສຍຊີວິດທັ້ງ 23 ຄົນ ໃນອຸປະຕິເຫດເຄື່ອງບີນເຮລີຄອບເຕີ ((Mi-17)ກອງທັບຕົກ ໃນວັນທີ່ 2015 ທີ່ລ່ອງແຈ້ງ ໄຊສົມບູນ
ພາລະກິດຄົ້ນຫາໄດ້ດຳເນີນໄປເປັນເວລາ 3 ວັນ
(27 ຫາ 30 ກໍລະກົດ 2015) ກໍ່ສາມາດຄົ້ນຫາຊາກເຄື່ອງບີນ ແລະສົບຂອງ
ຜູ້ເສຍຊີວິດໄດ້ທັ້ງໝົດ 23 ຄົນ
ເຊີ່ງປະຈຸບັນນີ້ເຈົ້າໜ້າທີ່ສະເພາະກິດຢູ່ໃນຂັ້ນຕອນການ
ນຳຮ່າງຂອງຜູ້ເສຍຊີວິດໄປສັນລະສູດ ແລະນຳສົບສົ່ງໃຫ້ຍາດພີ່ນ້ອງ
ເພື່ອໄປທຳພິທີກຳໃນທາງສາດສະໜາ.
2015年07月31日 04点07分
17
飞机坠毁在赛色本
2015年07月31日 04点07分